المدة الزمنية 5:50

ວິທີການສອນແບບນິລະໄນ

132 مشاهدة
0
3
تم نشره في 2019/02/07

1)ຄວາມໝ ແມ່ນວິທີການສອນທີ່ຜູ້ສອນໃຊ້ໃນການຊ່ວຍໃຫ້ຜູ້ຮຽນເກີດການຮຽນຮູ້ຕາມຈຸດປະສົງທີ່ກຳນົດໄວ້ ໂດຍຊ່ວຍໃຫ້ຜູ້ຮຽນເກີດຄວາມຮູ້, ຄວາມເຂົ້າໃຈກ່ຽວກັບທິດສະດີ, ຫຼັກການ,ຂໍ້ກຳນົດ ຫຼຶ ຂໍ້ສະຫຼຸບໃນເລື່ອງທີ່ຮຽນ, ແຕ້ວຈື່ງໃຫ້ຕົວຢ່າງຈາກການໃຊ້ທິດສະດີ, ຫຼັກການ, ຂໍ້ກຳນົດ ຫຼຶ ຂໍ້ສະຫຼຸບນັ້ນ ສາມາດເວົ້າໄດ້ວ່າແມ່ນການສອນຈາກຫຼັກການໄປສູ່ຕົວຢ່າງຕົວຈິງຍ່ອຍໆ. 2)ຈຸດປະສົງ ປັນວິທີສອນໃຫ້ຜູ້ຮຽນເກີດການຮຽນຮູ້ຈາກຫຼັກການ ແລະ ນຳເອົາຫຼັກການລົງສູ່ພາກປະຕິບັດຕົວຈິງໃຫ້ໄດ້. 3)ອົງກອບທີ່ຂາດບໍ່ໄດ້ໃນການສອນແບບນີ້ຄື: - ມີຜູ້ສອນ ແລະ ຜູ້ຮຽນ. - ມີທິດສະດີ, ຫຼັກການ ຂໍ້ກຳນົດ ຫຼຶ ຂໍ້ສະຫຼຸບຕ່າງໆ. - ມີຕົວຢ່າງ ສະຖານະການຫຼວງຫຼາຍ ທີ່ສາມາດນຳຫຼັກການ ທິດສະດີເສດຖະສາດ ຂໍ້ກຳນົດ ຫຼຶ ຂໍ້ສະຫຼຸບ ນັ້ນນຳໄປໃຊ້ໄດ້. - ມີການເຝິກທິດສະດີ ຫຼັກການຂໍ້ກຳນົດ ຫຼື ຂໍ້ສະຫຼຸບໄປໃຊ້ໃນສະຖານະການຕ່າງໆ. - ມີຜົນການຮຽນຮູ້ຂອງຜູ້ຮຽນທີ່ເກີດຂື້ນ ຈາກການນຳຫຼັກການໄປໃຊ້. 4)ຂັ້ນຕອນສຳຄັນທີ່ຂາດບໍ່ໄດ້ຂອງວິທີສອນ - ຜູ້ສອນຖ່າຍທອດຄວາມຮູ້ ທິດສະດີເສດຖະສາດ ຫຼື ຫຼັກການ ຂໍ້ກຳນົດທີ່ຕ້ອງການໃຫ້ຜູ້ຮຽນໄດ້ຮຽນຮູ້ວິທີ ການຕ່າງໆຕາມຄວາມເໝາະສົມ. - ຜູ້ສອນໃຫ້ຕົວຢ່າງສະຖານະການທີ່ຫຼວງຫຼາຍສາມາດນຳຄວາມຮູ້ທີ່ຮຽນມາໄປໃຊ້. - ຜູ້ສອນໃຫ້ຜູ້ຮຽນເຝິກປະຕິບັດນຳຄວາມຮູ້, ຄວາມເຂົ້າໃຈທີ່ເກີດຂື້ນໄປໃຊ້ໃນສະຖານະການໃໝ່. - ຜູ້ສອນໃຫ້ຜູ້ຮຽນວິເຄາະ ແລະ ອະພິປາຍການຮຽນຮູ້ທີ່ເກີດຂື້ນ. - ຜູ້ສອນວັດ ແລະ ປະເມີນຜົນການຮຽນຮູ້ຂອງຜູ້ຮຽນ. 5) ເທັກນິກການກວດສອບ ແລະ ຂໍ້ແນະນຳຕ່າງໆໃນການໃຊ້ວິທີສອນແບບນີລະໄນໃຫ້ມີປະສິດທິພາບ - ຜູ້ສອນຕ້ອງທຳຄວາມເຂົ້າໃຈ ທິດສະດີ, ຫຼັກການຂໍ້ກຳນົດ ຫຼື ຂໍ້ສະຫຼຸບຕ່າງໆທີ່ຕ້ອງການສອນໃຫ້ຜູ້ຮຽນ, ຫາວິທີເໝາະສົມເພື່ອຖ່າຍທອດ ແລະ ນຳສະເໜີເນື້ອໃນໄປໃຊ້ໃຫ້ເກີດຜົນ,ຄວນມີຕົວຢ່າງຫຼາຍຈະຊ່ວຍໃຫ້ຜູ້ຮຽນເກີດຄວາມຄິດລວມຍອດ ແລະ ຄວາມເຂົ້າໃຈທີ່ຊັດເຈນ. - ການນຳສະເໜີຄວາມຮູ້, ທິດສະດີ ຫຼື ຫຼັກການຂໍ້ກຳນົດ ຫຼື ຂໍ້ສະຫຼຸບໃຫ້ແກ່ນັກຮຽນ, ຜູ້ສອນ ຈຳເປັນຕ້ອງທຳຄວາມເຂົ້າໃຈໃນສີ່ງທີ່ຈະສອນເປັນຢ່າງດີ, ຫາວິທີເໝາະສົມເພື່ອນຳສະເໜີ ເນື້ອໃນໃຫ້ຜູ້ຮຽນຈົດ ໃຫ້ຜູ້ຮຽນເກີດຄວາມເຂົ້າໃຈ, ເພື່ອແນ່ໃຈວ່າຜູ້ເຂົ້າໃຈ, ຜູ້ສອນຄວນທົດສອບຄວາມຮູ້, ຄວາມເຂົ້າໃຈຂອງຜູ້ຮຽນກ່ອນໃຫ້ນຳໃຊ້ໃນການເຝິກຄວາມຮູ້. - ການນຳສະເໜີສະຖານະການໃໝ່ ໃຫ້ຜູ້ຮຽນເຝິກໃຊ້ຄວາມຮູ້, ເມື່ອເຫັນວ່າຜູ້ຮຽນເກີດຄວາມເຂົ້າໃຈໃນຄວາມຮູ້ ທິດສະດີ ຫຼື ຫຼັກການຂໍ້ກຳນົດທີ່ໃຫ້ພໍສົມຄວນແລ້ວ,ຜູ້ສອນຄວນໃຫ້ຜູ້ຮຽນ ເຝິກການນຳຄວາມຮູ້ໄປໃຊ້ໃນສະຖານະການໃໝ່ໆ, ເພື່ອຊ່ວຍໃຫ້ຜູ້ຮຽນເກີດຄວາມເຂົ້າໃຈຢ່າງເລິິກເຊິ່ງ. # ຂໍ້ດີ ແລະ ຂໍ້ຈຳກັດ + ຂໍ້ດີ:ເປັນວິທີສອນທີ່ຊ່ວຍຖ່າຍທອດເນື້ອໃນໄດ້ວ່ອງໄວ ແລະ ບໍ່ຫຍຸ້ງຍາກ, ຜູ້ຮຽນມີໂອກາດໄດ້ເຝິກຝົນການນຳທິດສະດີ ແລະ ຫຼັກການໄປໃຊ້ໃນສະຖານະການໃໝ່ເປັນວິທີເອື້ອອຳນວຍໃຫ້ຜູ້ຮຽນມີຄວາມສາມາດ,ຮຽນຮູ້ໄດ້ໄວ, ສາມາດພັດທະນາຕົນເອງໂດຍບໍ່ໄດ້ລໍຖ້າຜູ້ທີ່ຮັບຮູ້ຊ້າກ່ວາ. - ຂໍ້ຈຳກັດ:ເປັນວິທີສອນທີ່ຜູ້ສອນຈຳຕ້ອງກຽມຕົວຢ່າງ, ສະຖານະການ ແລະ ບັນຫາທີ່ຫຼວງຫຼາຍມາໃຫ້ຜູ້ຮຽນໄດ້ເຝິກປະຕິບັດ, ເປັນວິທີສອນທີ່ຂື້ນກັບຄວາມເຂົ້າໃຈ ແລະ ຄວາມສາມາດຂອງຜູ້ສອນໃນ ການນຳສະເໜີທິດສະດີ ແລະ ຫຼັກການເປັນວິທີສອນທີ່ຜູ້ຮັບຮູ້ຊ້າຈະເຂົ້າໃຈບໍ່ທັນ ແລະ ເກີດບັນຫາໃນການຮຽນຮູ້. ເອກະສານອ້າງອິງ:ນາລີ ບົວສັງທອງພ້ອມດ້ວຍຄະນະ(2017:18-20)ສຶກສາສາດ2 ມະຫາວິທະຍາໄລແຫ່ງຊາດ, ນະຄອນຫຼວງວຽງຈັນ.

الفئة

عرض المزيد

تعليقات - 0